Jump to content

1949

ຈາກ ວິກິພີເດຍ

ປີ ຄ.ສ 1949 ເປັນປີທີ່ ປະ​ເທດ​ລາວ ປະກາດເອກະລາດ ເປັນ ຣາຊະອານາຈັກລາວ ຈາກ ພວກລ່າເມືອງຂື້ນຝຣັ່ງ ໃນຊ່ວງສົງຄາມໂລກຄັ້ງທີ 2 ກອງທັບຍີ່ປຸ່ນໄດ້ເຂົ້າມາໃນດິນແດນລາວ ແລະ ອິນດູຈີນຝຣັ່ງອື່ນໆ ເມື່ອຍີ່ປຸ່ນໃກ້ຈະປະລາໄຊສົງຄາມ ຂະບວນການລາວອິດສະຫຼະ ເຊິ່ງເຄື່ອນໄຫວທາງການເມືອງເພື່ອກອບກູ້ ເອກະລາດຂອງ ລາວໃນເວລານັ້ນໄດ້ປະກາດເອກະລາດ ໃຫ້ເປັນປະເທດ ຣາຊະອານາຈັກລາວ ຫຼັງຈາກຍີ່ປຸ່ນປະລາໄຊ ຝຣັ່ງກໍກັບຄືນມາຍຶດຄອງອິນດູຈີນເທື່ອໃໝ່ ແຕ່ເນື່ອງຈາກກອງທັບຫວຽດມິນ ທີ່ສາມາດປົດປ່ອຍຫວຽດນາມໄດ້ ຈຶ່ງເປັນການສັ່ນຄອນອຳນາດຂອງຝຣັ່ງ. ຝຣັ່ງຈຶ່ງຍ່ອມໃຫ້ລາວ ປະກາດເອກະລາດບາງສ່ວນ ໃນ ຄ.ສ 1949 ແລະ ໄດ້ຮັບເອກະລາດສົມບູນ ໃນ ປີ 1953 ພາຍຫຼັງທີ່ຝຣັ່ງ ປະລາໄຊໃນສະໝານຮົບດຽນບຽນຟູ ຜູ້ທີ່ມີບົດບາດໃນການປະກາດເອກະລາດ ແມ່ນ ເຈົ້າສຸວັນນະພູມມາ, ເຈົ້າເພັດຊະຣາດ ແລະ ທ່ານ ສຸພານຸວົງ ໂດຍມີ ເຈົ້າມະຫາຊີວິດສີສະຫວ່າງວົງ ດຳລົງຕຳແໜ່ງເປັນເຈົ້າມະຫາຊີວິດ ຈາກອານາຈັກລ້ານຊ້າງຫຼວງພະບາງເດີມ ໄດ້ລວມເອົາທັງ 3 ອານາຈັກຄື: ລ້ານຊ້າງຫຼວງພະບາງ, ລ້ານຊ້າງວຽງຈັນ ແລະ ລ້າງຊ້າງຈຳປາສັກ ເຂົ້າເປັນ ຣາຊະອານາຈັກລາວ

pFad - Phonifier reborn

Pfad - The Proxy pFad of © 2024 Garber Painting. All rights reserved.

Note: This service is not intended for secure transactions such as banking, social media, email, or purchasing. Use at your own risk. We assume no liability whatsoever for broken pages.


Alternative Proxies:

Alternative Proxy

pFad Proxy

pFad v3 Proxy

pFad v4 Proxy